ສະພາພຸທທະສາສນາແຫ່ງນິວຊີແລນ (New Zealand Buddhist Council)
ສົ່ງເສີມການແລກປ່ຽນຂໍ້ມູນ, ຄວາມໄຫ້ຄວາມເຄົາລົບ, ການຮ່ວມມື ແລະມິດຕະພາບ ລະຫວ່າງຊຸມຊົນພຸດທະສາສນິກສ໌ໃນປະເທດນິວຊີແລນ
ການຈັດຕັ້ງ ສະພາພຸທທະສາສນາແຫ່ງນິວຊີແລນ (NZBC) ໄດ້ເລີ່ມຂື້ນໂດຍມີກຸ່ມພຸດ 14 ກຸ່ມໃນເມືອງອອກແລນ ທີ່ໄດ້ປະຊຸມກັນໃນເດືອນກໍລະກົດ ປີ 2007 ດ້ວຍຈຸດປະສົງທີ່ຈະແບ່ງປັນຂໍ້ມູນ ແລະເຮັດວຽກຮ່ວມກັນໃນບັນຫາທີ່ກັງວົນຮ່ວມ ລວມໄປຮອດການດູແລຊຸມຊົນພຸດໃນວົງກວ້າງ
ວິໄສທັດຂອງພວກເຮົາ
ເຮັດວຽກຮ່ວມກັນໃນຖານະຊຸມຊົນພຸດທະທຳ ເພື່ອຜົນປະໂຫຍດຂອງທຸກຄົນ
ພັນທະກິດຂອງພວກເຮົາ
- ສະໜັບສະໜູນອົງການສະມາຊິກຂອງພວກເຮົາໃນບັນຫາແລະປະເດັນທົ່ວໄປ
- ສົ່ງເສີມຄວາມເຂົ້າໃຈ ແລະການປະຕິບັດຕາມທຳມະ ຮ່ວມກັບສະມາຊິກຂອງພວກເຮົາ
- ພັດທະນາຄວາມເຂົ້າໃຈໃນຊຸມຊົນພຸດທະສາສນາທີ່ມີຄວາມຫຼາກຫຼາຍໃນ Aotearoa ໃຫ້ກັບກຸ່ມສາສະໜາອື່ນໆ, ສື່ມວນຊົນ, ລັດຖະບານ ແລະປະຊາຊົນທົ່ວໄປ
ຖ້າທ່ານຢາກຮູ້ຂໍ້ມູນເພີ່ມເຕີມ ຫຼືຢາກໃຫ້ພວກເຮົາຊ່ວຍເຫຼືອທ່ານແນວໃດ ຫຼືທ່ານມີຄຳແນະນຳ ກະລຸນາຕິດຕໍ່ຫາພວກເຮົາທີ່ Contact Us